Laovivat Insurance
Laovivat Insurance

ປະຫວັດອົງກອນ

Company History

ປະຫວັດຄວາມເປັນມາແລະວິໄສທັດ

ບໍລິສັດ ລາວວິວັດປະກັນໄພ ຈຳກັດ

Laovivat Insurance Company Limited

ບໍລິສັດ ລາວວິວັດປະກັນໄພ ຈຳກັດ ເປັນບໍລິສັດປະກັນໄພໃໝ່ໃນຕະຫຼາດ ສ.ປ.ປ ລາວ. ຮ່ວມຈັດຕັ້ງ ແລະ ລົງທຶນໂດຍ ບໍລິສັດ ປະກັນໄພໄທວິວັດ (ຈຳກັດ) ມະຫາຊົນ ຈາກປະເທດໄທ, ບໍລິສັດ ລາວເບເວເຣດຊ ຈຳກັດ ຜູ້ດຽວ, ບໍລິສັດ ພີພີ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ແລະ ບໍລິສັດ ທີ່ປຶກສາກົດໝາຍ ແລະ ບໍລິການ ຈຳກັດ ຜູ້ດຽວ ໂດຍມີທຶນຈົດທະບຽນ 16 ຕື້ກີບ.

ໃບອະນຸຍາດດຳເນີນທຸລະກິດ

Business License

ບໍລິສັດ ລາວວິວັດປະກັນໄພ ຈຳກັດ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດປະກັນໄພ (Non-Life Insurance Business License) ຈາກກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເມື່ອວັນທີ 29 ພຶດສະພາ ປີ 2017 ທີ່ຜ່ານມາ.

ວິໄສທັດ

Vision

ເປັນຫຼັກປະກັນທີ່ໝັ້ນຄົງທີ່ປະຊາຊົນໃຫ້ການໄວ້ວາງໃຈໃຊ້ບໍລິການຫຼາຍທີ່ສຸດ

ພາລະກິດ

Mission

ພວກເຮົາພ້ອມທີ່ຈະຄິດຄົ້ນຜະລິດຕະພັນ ແລະ ການບໍລິການ ໂດຍຄຳນຶງເຖິງຄວາມຕ້ອງການ ແລະ ການຄາດຫວັງຂອງຜູ້ບໍລິໂພກ ແລະ ຄູ່ຄ້າເປັນສິ່ງສຳຄັນ

ພວກເຮົາໃຫ້ຄວາມສຳຄັນກັບການພັດທະນາເສີມສ້າງສັກກະຍະພາບຂອງທີມງານຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ

ພວກເຮົາເຮັດວຽກຢ່າງໜັກເພື່ອຄວາມເຂັ້ມແຂງດ້ານຖານະທາງການເງິນຂອງອົງກອນ ແລະ ເພື່ອສ້າງພາບລັກທີ່ດີໃຫ້ແກ່ອົງກອນ