ບໍລິສັດ ລາວວິວັດປະກັນໄພ ຈຳກັດ

ບໍລິສັດ ລາວວິວັດປະກັນໄພ ຈຳກັດ ເປັນບໍລິສັດປະກັນໄພໃໝ່ໃນຕະຫຼາດ ສ.ປ.ປ ລາວ. ຮ່ວມຈັດຕັ້ງ ແລະ ລົງທຶນໂດຍ ບໍລິສັດ ປະກັນໄພໄທວິວັດ (ຈຳກັດ) ມະຫາຊົນ ຈາກປະເທດໄທ, ບໍລິສັດ ລາວເບເວເຣດຊ ຈຳກັດ ຜູ້ດຽວ, ບໍລິສັດ ພີພີ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ແລະ ບໍລິສັດ ທີ່ປຶກສາກົດໝາຍ ແລະ ບໍລິການ ຈຳກັດ ຜູ້ດຽວ  ໂດຍມີທຶນຈົດທະບຽນ 16 ຕື້ກີບ.

ບໍລິສັດ ລາວວິວັດປະກັນໄພ ຈຳກັດ  ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດປະກັນໄພ (Non –Life Insurance Business License) ຈາກກະຊວງແຜນການ ແລະ ການລົງທຶນ ສປປ ລາວ ເມື່່ອວັນທີ 29 ພຶດສະພາ ປີ 2017 ທີ່ຜ່ານມາ.

ວິໄສທັດ

ເປັນຫຼັກປະກັນທີ່ໝັ່ນຄົງທີ່ປະຊາຊົນໃຫ້ການໄວ້ວາງໃຈໃຊ້ບໍລິການຫຼາຍທີ່ສຸດ

ພາລະກິດ

  • ພວກເຮົາພ້ອມທີ່ຈະຄິດຄົ້ນຜະລິດຕະພັນ ແລະ ການບໍລິການ ໂດຍຄຳນືງເຖິງຄວາມຕ້ອງການ ແລະ ການຄາດຫວັງຂອງຜູ້ບໍລິໂພກ ແລະ ຄູ່ຄ້າເປັນສີ່ງສຳຄັນ
  • ພວກເຮົາໃຫ້ຄວາມສຳຄັນກັບການພັດທະນາເສີມສ້າງສັກກະຍະພາບຂອງທີມງານຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ
  • ພວກເຮົາເຮັດວຽກຢ່າງໜັກເພື່ອຄວາມເຂັ້ມແຂງດ້ານຖານະທາງການເງິນຂອງອົງກອນ ແລະ ເພື່ອສ້າງພາບລັກທີ່ດີໃຫ້ແກ່ອົງກອນ