ປະກັນໄພອຸປະຕິເຫດສ່ວນບຸກຄົນ

ອຸປະຕິເຫດເກີດຂຶ້ນໄດ້ກັບທຸກຄົນທຸກເວລາ ພຽງເລືອກຮູບແບບການເຮັດ ປະກັນໄພອຸປະຕິເຫດ ທີ່ເໝາະກັບຄວາມຕ້ອງການຂອງທ່ານຈາກພວກເຮົາ ກໍ່ໝົດບັນຫາ ອຸ່ນໃຈເລື່ອງຄ່າໃຊ້ຈ່າຍທີ່ຈະຕາມມາພາຍຫຼັງ.

ປະກັນໄພອຸປະຕິເຫດສ່ວນບຸກຄົນ

ປະກັນໄພອຸປະຕິເຫດສ່ວນບຸກຄົນ PA

ໃຫ້ເຮົາເບິ່ງແຍງ ສ້າງຄວາມອຸ່ນໃຈໃຫ້ກັບທ່ານ ແລະ ທຸກຄົນໃນຄອບຄົວ ດ້ວຍປະກັນໄພອຸປະຕິເຫດສ່ວນບຸກຄົນ ທີ່ຈະຄຸ້ມຄອງທຸກອຸປະຕິເຫດ ໃຫ້ທ່ານໝົດກັງວົນກັບຄ່າໃຊ້ຈ່າຍຕ່າງໆ ທີ່ເກີດຂຶ້ນໂດຍຈະໄດ້ຮັບການຄຸ້ມຄອງກໍລະນີເສຍຊີວິດ ສູນເສຍອະໄວຍະວະ ຫຼືພິການຖາວອນ ໃນກໍລະນີເກີດອຸປະຕິເຫດນັ້ນບໍ່ວ່າເກີດເຫດຂຶ້ນໃນອາຄານ ຫຼື ຍານພາຫະນະສາທາລະນະ ດ້ວຍຄ່າທຳນຽມປະກັນໄພສຸດຄຸ້ມ.

ລາຍລະອຽດ

ເໝາະສຳລັບຜູ້ທີ່ມີອາຍຸ 15 ວັນ – 60 ປີ ທີ່ຕ້ອງເດີນທາງໂດຍລະບົບສາທາລະນະ ຫຼື ຜູ້ທີ່ຕ້ອງໃຊ້ຊີວິດຢູ່ໃນອາຄານສາທາລະນະເປັນປະຈຳ.

UNIT:LAK

ການຄຸ້ມກັນ /Coverage ຂັ້ນ Plan 1 ຂັ້ນ Plan 2 ຂັ້ນ Plan 3
1. ກໍລະນີເສຍຊິວິດ, ສູນເສຍອະໄວຍະວະ, ສາຍຕາ ຫຼື ການພິການຖາວອນ (ລວມສາເຫດຈາກການຖືກຄາດຕະກຳ ຫຼື ຖືກທຳຮ້າຍທາງຮ່າງກາຍລວມ ການຂັບຂີ່ ຫຼື ໂດຍສານລົດຈັກ)
Personal Accident insurance provides benefits in case of death, dismemberment,loss of sight, or total permanent disability (including murder or assault and riding/being a passenger on a motorcycle)
30,000,000 50,000,000 80,000,000
2. ຜົນປະໂຫຍດການຊົດເຊີຍລາຍໄດ້ລະຫວ່າງເຂົ້າປິ່ນປົວໃນໂຮງໝໍ 7 ມື້/ຄັ້ງ ແລະ 14 ຄັ້ງ/ປີ
Daily income compensation in case if inpatient 7 days per one accident and 14 days per year
30,000 60,000 90,000
3.ຄ່າປິ່ນປົວຈາກສາເຫດອຸປະຕິເຫດ (ລວມ ການຂັບຂີ່ ຫຼື ໂດຍສານນຳລົດຈັກ), ສູງສຸດ 30 ມື້ຕໍ່ອຸປະຕິເຫດ
Accidental Medical Reimbursement maximum 30 days per one accident
3,000,000 5,000,000 8,000,000
4. ຜົນປະໂຫຍດກະດູກແຕກຫັກ, ໄຟໄໝ້, ນ້ຳຮ້ອນລວກ ແລະ ການບາດເຈັບອະໄວຍະວະພາຍໃນ.
Benefit for Broken Bones, burns and internal injury
1,500,000 2,500,000 4,000,000