ລາວວິວັດປະກັນໄພ ຮ່ວມກັບ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຮ່ວມນຳສະເຫນີກິດຈະກຳການກວດສະພາບລົດໃນຊ່ວງລະດູຝົນພ້ອມໃຫ້ຄວາມຮູ້ດ້ານການຄຸ້ມຄອງປະກັນໄພ August 28, 2020 – Posted in: News

ດ້ວຍຄວາມຫ່ວງໄຍໃນຄວາມປອດໄພຂອງທຸກທ່ານ ລາວວິວັດປະກັນໄພ ຮ່ວມກັບ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຮ່ວມນຳສະເຫນີກິດຈະກຳການກວດສະພາບລົດໃນຊ່ວງລະດູຝົນພ້ອມໃຫ້ຄວາມຮູ້ດ້ານການຄຸ້ມຄອງປະກັນໄພໃຫ້ປະຊາຊົນແລະເຈົ້າຫນ້າທີ່ຂອງຫນ່ວຍງານຕ່າງໆ ເພື່ອໃຫ້ປະຊາຊົນໄດ້ອຸ່ນໃຈທຸກຄັ້ງເມື່ອໃຊ້ລົດທັງສະພາບພ້ອມໃຊ້ງານ ແລະຄວາມສຳຄັນຂອງການຄຸ້ມຄອງດ້ວຍການປະກັນໄພ…ລາວວິວັດປະກັນໄພ ຍັງຄົງມີແນວທາງດຳເນີນການໃນການສ້າງຫລັກປະກັນທີ່ຫມັ້ນຄົງໃຫ້ກັບປະຊາຊົນໃນ ສປປ ລາວ ຢ່າງຕໍ່ເນື່ອງໂດຍກິດຈະກຳໄດ້ເລີ່ມດຳເນີນການຕັ້ງແຕ່ເດືອນ ສິງຫາ ຕໍ່ເນື່ອງເດືອນກັນຍາ 2020.

#ລາວວິວັດປະກັນໄພ
#Laovivat Insurance
#ຄິດເພື່ອທຸກຊີວິດ