5 ວິທີປ້ອງກັນໄຟ້າລັດວົງຈອນ August 20, 2020 – Posted in: News

5 ວິທີປ້ອງກັນໄຟ້າລັດວົງຈອນ

  1. ໃຊ້ເຊີກິດເບຣກເກີ
    ຖ້າບ້ານຜູ້ໃດຍັງໃຊ້ເບຣກເກີ້ແບບເກົ່າຢູ່ ຄວນປ່ຽນມາໃຊ້ ເຊີກິດເບຣກເກີ້ ເພາະເປັນອຸປະກອນທີ່ມີລະບົບຕັດກະແສໄຟ້າອັດຕະໂນມັດ ເມື່ອພົບຄວາມຜິດປົກກະຕິໃນວົງຈອນໄຟ້າ
  2. ປ່ຽນສາຍໄຟທີ່ເກົ່າ ແລະ ຂາດ
    ຄວນກວດເບິ່ງວ່າສາຍໄຟໃນບ້ານຈຸດໃດແດ່ທີ່ເລີ່ມກອບແຫ້ງ ຫຼື ມີຮອຍຂາດ ເພື່ອທຳການປ່ຽນໂດຍດ່ວນ ແຕ່ຖ້າຍັງບໍ່ສາມາດປ່ຽນໄດ້ທັນທີກໍ່ຄວນເອົາສະກອດຄຽນສາຍໄຟຄຽນໄວ້ກ່ອນເພື່ອຄວາມປອດໄພ
  3. ກວດກາສະພາບຂອງເຄື່ອງໃຊ້ໄຟ້າ
    ຕ້ອງໝັ່ນສັງເກດ ແລະ ກວດສອບສະພາບຂອງເຄື່ອງໃຊ້ໄຟຟ້າເປັນປະຈຳ ໂດຍສະເພາະເຄື່ອງໃຊ້ໄຟຟ້າທີ່ເກົ່າ ຫາກມີກິ່ນຂິວໄໝ້ເວລາໃຊ້ງານ ຫຼື ມີຄວາມຜິດປົກກະຕິຫຼືບໍ່ເວລາໃຊ້ງານ ຖ້າຫາກເປັນດັ່ງນີ້ຄວນຢຸດໃຊ້ງານ ແລະ ຄວນສ້ອມແປງ ຫຼື ປ່ຽນໃໝ່ທັນທີ
  4. ເລືອກອຸປະກອນໄຟ້າທີ່ໄດ້ມາດຕະຖານ
    ຢ່າເບິ່ງເລື່ອງລາຄາເປັນຫຼັກຖ້າຈະຊື້ອຸປະກອນໄຟ້າມາໃຊ້ງານ ຄວນຈະເລືອກເອົາໂຕທີ່ໄດ້ມາດຖານ ແລະ ລາຄາເໝາະສົມ ມານຳໃຊ້ເພື່ອຄວາມປອດໄພຂອງບ້ານເຮືອນ ແລະ ຄົນທີ່ອາໃສໃນບ້ານນຳ
  5. ຢ່າໃຊ້ໄຟຟ້າເກີນກຳລັງ
    ຄວນຄິດໄລ່ກຳລັງໄຟໃຫ້ດີເພື່ອບໍ່ໃຫ້ເກີດການໃຊ້ໄຟຟ້າເກີນກຳລັງ ແລະ ບໍ່ຄວນຕໍ່ປັກສຽບຫຼາຍໆອັນໃນເຕົ້າສຽບດຽວ ເພາະອາດຈະເຮັດໃຫ້ເກີດຄວາມຮ້ອນສະສົມເກີນທີ່ເຕົ້າສຽບຈະສາມາດຮັບໄດ້.

ແລະ ເມື່ອທ່ານຕ້ອງການ ການຄຸ້ມຄອງສຳລັບທີ່ຢູ່ອາໄສ ແລະ ຮ້ານຄ້າ
ຢ່າລືມ! ປະກັນໄພສຳລັບທີ່ຢູ່ອາໄສ ແລະ ຮ້ານຄ້າ ຈາກ ລາວວິວັດປະກັນໄພ

ສົນໃຈຕິດຕໍ່:
☎ HotLine: 021 22 66 88
📲 WhatsApp: 020 5553 1079