ກົມຄຸ້ມຄອງລັດວິສາຫະກິດແລະການປະກັນໄພ (ຄລປ) ທີ່ເຂົ້າມາຢ້ຽມຢາມບໍລິສັດ ເພື່ອຮັບຊາບຜົນການດຳເນີນງານໃນປີທີ່ຜ່ານມາ August 5, 2020 – Posted in: News

ບໍລິສັດ ລາວວິວັດປະກັນໄພ ຈຳກັດ ຂໍຂອບໃຈເປັນຢ່າງສູງ ທີ່ໄດ້ຮັບໂອກາດໃນການຕ້ອນຮັບ ທ່ານ ນາງ ຈັນສຸກ ທຳມະວົງ ຫົວຫນ້າ ແລະ ຄະນະເຈົ້າຫນ້າທີ່ ຈາກ ກົມຄຸ້ມຄອງລັດວິສາຫະກິດແລະການປະກັນໄພ (ຄລປ) ທີ່ເຂົ້າມາຢ້ຽມຢາມບໍລິສັດ ເພື່ອຮັບຊາບຜົນການດຳເນີນງານໃນປີທີ່ຜ່ານມາ ພ້ອມທັງແຜນການດຳເນີນງານໃນປີ 2020 ເຊິ່ງນັບໄດ້ວ່າ ຜະລິດຕະພັນຂອງ ບໍລິສັດ ລາວວິວັດປະກັນໄພ ຈຳກັດ ໄດ້ຮັບການຕອບຮັບທີ່ດີຈາກຜູ້ບໍລິໂພກ ທັງນີ້ ບໍລິສັດຈະຍັງຄົງພັດທະນາໃນທຸກໆດ້ານຢ່າງຕໍ່ເນື່ອງ ເພື່ອໃຫ້ປະຊາຊົນມີຄວາມເຊື່ອຫມັ້ນໃນການຄຸ້ມຄອງຈາກປະກັນໄພ ແລະ ຫມັ້ນໃຈໃນການບໍລິການທີ່ໄດ້ຮັບຈາກບໍລິສັດ ໃນໂອກາດນີ້ ທ່ານ ບຸນຍູ້ ສີສານ ກຳມະການບໍລິສັດ ໃຫ້ກຽດເຂົ້າຮ່ວມຕ້ອນຮັບ ໃນນາມຕົວແທນສະພາບໍລິຫານ ບໍລິສັດ ລາວວິວັດປະກັນໄພ ຈຳກັດ (05.08.2020).

#ລາວວິວັດປະກັນໄພ
#Laovivat Insurance
#ຄິດເພື່ອທຸກຊີວິດ