3+1 ພະຍາດທີ່ຄວນລະວັງໃນຊ່ວງຍາມຝົນ July 14, 2020 – Posted in: News

1. ໄຂ້ຫວັດ
ເປັນພະຍາດທີ່ພົບຫຼາຍທີ່ສຸດ ເກີດຈາກເຊື້ອໄວລັດເຊິ່ງມີຫຼາກຫຼາຍຊະນິດຕິດຕໍ່ ແລະ ແຜ່ກະຈາຍໄດ້ງ່າຍ ດັ່ງນັ້ນ ຄວນດື່ມນ້ຳ ອອກກຳລັງກາຍ ແລະ ຜັກຜ່ອນໃຫ້ພຽງພໍ ເພື່ອປ້ອງກັນໄຂ້ຫວັດ ແລະ ຫາກມີອາການຄວນໄປພົບແພດເພື່ອຮັບການປິ່ນປົວ

2. ໄຂ້ຫວັດໃຫຍ່
ເກີດຈາກການຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ ຊື່ງມີຮຫຼາກຫຼາຍສາຍພັນ ແລະ ແຜ່ກະຈາຍໄດ້ງ່າຍ ເຊິ່ງຄົນກຸ່ມສ່ຽງທີ່ຈະມີອາການຮຸນແຮງ ຫຼື ພົບພາວະແຊກຊ້ອນ ກໍ່ມັກຈະເປັນເດັກນ້ອຍ ຜູ້ສູງອາຍຸ ຜູ້ຍິງຖືພາ ແລະ ຜູ້ປ່ວຍທີ່ມີພະຍາດປະຈຳຕົວ ເຊິ່ງອາການໂດຍສ່ວນໃຫຍ່ຈະມີໄຂ້ສູງ ປວດເມື່ອກ້າມເນື້ອ ມີນ້ຳມູກໄຫຼ ແລະ ໄອຮ່ວມນຳ ເຊິ່ງຖ້າຫາກມີອາການຄວນພົບແພດດ່ວນ

3. ໄຂ້ເລືອດອອກ
ເປັນພະຍາດທີ່ມີຍຸງເປັນພາຫະ ຜູ້ປ່ວຍຈະມີອາການໄຂ້ຂຶ້ນສູງ 3-7 ມື້ ປວດເມື່ອຍຕາມຕົນໂຕ ເຈັບຫົວ ອາຈຽນ ເປັນຕົ້ນ ຖ້າຫາກມີອາການຄວນໄປພົບແພດດ່ວນ ບໍ່ຄວນ

4. Covid-19
ເຖິງວ່າບ້ານເຮົາຈະບໍ່ມີຜູ້ຕິດເຊື້ອມາເກີນ 1 ເດືອນຕິດຕໍ່ກັນແລ້ວແຕ່ວ່າໃນຊ່ວງລະດູຝົນຈະມີສະພາບອາກາດທີ່ເອື້ອຍອຳນວຍຕໍ່ການແຜ່ກະຈາຍຂອງເຊື່ອ ດັ່ງນັ້ນຄວນສືບຕໍ່ປະຕິບັດລະບຽບການຕ່າງໆຕາມຄຳສັ່ງຂອງລັດຖະບານ ແລະ ໝັ່ນຕິດຕາມຂ່າວສານຕະຫຼອດເວລາ.

#ລາວວິວັດປະກັນໄພ
#ຄິດເພື່ອທຸກຊີວິດ