4 ກິລາສຸດມ່ວນ Fit ໄດ້ ເຖິງວ່າຝົນຈະຕົກ August 10, 2020 – Posted in: News

4 ກິລາສຸດມ່ວນ Fit ໄດ້ ເຖິງວ່າຝົນຈະຕົກ
ຊ່ວງນີ້ຈະອອກໄປແລ່ນຕາມສະຖານທີ່ຕ່າງໆກໍ່ເຫັນໄດ້ວ່າຂ້ອນຂ້າງຫຍຸ້ງຍາກ ເພາະວ່າຕ້ອງໄດ້ສ່ຽງກັບຝົນຕົກ ດັ່ງນັ້ນກິດຈະກຳກາງແຈ້ງອາດຈະຕ້ອງໄດ້ຢຸດກ່ອນ ແຕ່ເຮົາກໍ່ຍັງມີກິດຈະກຳໃນຮົ່ມມາຝາກເພື່ອສ້ງຄວາມ Fit ໃຫ້ກັບຮ່າງກາຍ

  1. ຕີດອກປີກໄກ່
    ເປັນກິລາທີ່ໄດ້ໃຊ້ສະມັດທະພາບຂອງຮ່າງກາຍທີ່ດີ ທັງດ້ານຄວາມແຂງແຮງ ອົດທົນ ໄດ້ຢືດເສັ້ນຢືດສາຍທຸກໆອະໄວຍະວະຂອງຮ່າງກາຍ ໂດຍສະເພາະຂໍ້ມື ແຂນຂາ ແລະ ສາຍຕາ ເປັນກິລາທີ່ສາມາດເຮັດໃຫ້ຮ່າງກາຍ Fit ໄດ້ແນ່ນອນ
  2. ເຕັ້ນຊຸມບ້າ
    ເປັນການອອກກຳລັງກາຍແບບແອໂລບິກທີ່ຜະສົມຜະສານການເຕັ້ນແບບລາຕິນອາເມຣິກາ ເປັນການອອກກຳລັງກາຍທີ່ມ່ວນຊື່ນ ແລະ ເພີດເພີນໄປໃນຂະນະດຽວກັນ ເຮັດໃຫ້ເຮົາອອກກຳລັງກາຍໄດ້ດົນຂຶ້ນແບບບໍ່ຮູ້ສຶກເບື່ອ
  3. ຕີມວຍ
    ເປັນອີກໜຶ່ງກິລາທີ່ມີທັງຄວາມມັນ ມ່ວນ ແລະ ເຜົາຜານໄດ້ດີ ເພາະເປັນກິລາທີ່ໄດ້ໃຊ້ແຮງຫຼາຍ ແລະ ໄດ້ໃຊ້ທຸກສ່ວນຂອງຮ່າງກາຍ ແລະ ສິ່ງສຳຄັນຄືເປັນກິລາທີ່ຫຼິ້ນໄດ້ໃນຮົ່ມ ແຕ່ຢ່າລືມ ຕີກັບກະສອບຊາຍກະພໍແລ້ວບໍ່ຕ້ອງໃສ່ນວມນຳກັນທັງສອງແລ້ວຕີກັນຄືກັບນັກກິລາອາຊີບກະໄດ້ເດີ້ເຈົ້າ
  4. ເຕະບານ 5-7 ຄົນ
    ເປັນກິລາທີ່ຜູ້ຊາຍມັກ ສາມາດຮ່ວມກັນກັບໝູ່ 5 – 7 ຄົນ ແລ້ວເຕະກັບທີມອື່ນໄດ້ ໄດ້ທັງສຸຂະພາບ ແລະ ມິດຕະພາບໄປນຳ ແຕ່ທຸກໆຄັ້ງທີ່ມີການແຂ່ງຂັນກໍ່ຕ້ອງໃຫ້ມີນ້ຳໃຈນັກກິລາໃຫ້ກັນແດ່ເດີ້.

ແລະ ເມື່ອທ່ານຕ້ອງການ ການຄຸ້ມຄອງທາງດ້ານສຸຂະພາບ
🏣 ຢ່າລືມ! ປະກັນສຸຂະພາບຈາກລາວວິວັດປະກັນໄພ 🏣

ສົນໃຈຕິດຕໍ່

☎ HotLine: 021 22 66 88

📲 WhatsApp: 020 5553 1079